Mekong Cultural Hub

ຈຸດເຕົ້າໂຮມ 2025

Meeting Point – ຈຸດນັດພົບຂອງການສ້າງສັນສິລະປະ ແລະ ສັງຄົມ ໃນ ອາຊີ ຄັ້ງຕໍ່ໄປ ຈະຈັດຂື້ນທີ່ ນະຄອນຫຼວງວຽງຈັນ, ສປປ. ລາວ.
ລະຫວ່າງ ວັນທີ່ 16-18 ເດືອນຕຸລາ ປີ2025

ການສ້າງຂົວຕໍ່

ຫົວຂໍ້ ສຳລັບ ໂຄງການຈຸດນັດພົບ (Meeting Point) ຂອງການສ້າງສັນສິລະປະ ແລະ ສັງຄົມ ຂອງປີ2025 ແມ່ນ “ການສ້າງຂົວຕໍ່”. ຜ່ານການຮ່ວມມືກັບ ຄູ່ຮ່ວມງານທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ, ພວກເຮົາ ຕ້ອງການໃຫ້ ງານຈຸດນັດພົບນີ້ ເປັນການສ້າງເສັ້ນທາງໃໝ່ ເພື່ອເຊື່ອມໂຍງ ສິລະປະພາຍໃນລາວ, ນັກສີລະປິນ, ຜູ້ຈັດງານສີລະປະ ແລະ ຜູ້ສ້າງນະໂຍບາຍ ຈາກທຸກປະເທດໃນ ອາຊີ.

ນອກຈາກນັ້ນ, ພວກເຮົາຍັງຕ້ອງການ ທີ່ຈະຜັກຄວາມສາມາດໃນການສ້າງຂົວຕໍ່ ລະຫວ່າງສີລະປະວັດທະນະທໍາ ແລະ ສັງຄົມ ໃຫ້ສາມາດເຊື່ອມໂຍງກັບຂະແໜງການອື່ນ. ເພື່ອໃຫ້ ສິລະປະ ເປັນພາກສ່ວນໜຶ່ງໃນ ການພັດທະນາ, ເສດຖະກິດ ແລະ ຄວາມຍືນຍົງໃນ ພາກພື້ນ, ພວກເຮົາຈະສາມາດ ພັດທະນາ ຄວາມສຳພັນກັບພາກສ່ວນໃດ?  ພວກເຮົາ ສາມາດຮຽນຮູ້ຫຍັງແດ່ ແລະ ສາມາດປັບປ່ຽນຫຍັງແດ່ ເພື່ອສ້າງ ການຮ່ວມມືໃໝ່ໆ? ແນ່ນອນວ່າ ພ້ອມນັ້ນ ງານຈຸດນັດພົບນີ້ຈະສາມາດ ສືບຕໍ່ ເປັນສະຖານທີ່ ໃຫ້ກັບສິລະປິນໃນການ ສ້າງຂົວຕໍ່ ກັບໝູ່ເພື່ອນໃນສາຍສິລະປິນ, ແລະ ໃຫ້ໂອກາດ ແລະ ເວລາມາສ້າງເພື່ອນມິດໃໝ່.

ວັນທີ ທີ່ສຳຄັນ:!

ວັນທີ 26 ເດືອນກັນຍາ – 5 ເດືອນຕຸລາ
ການພົບປະພາຍໃນທ້ອງຖິ່ນ ໃນສະຖານທີ່ຕ່າງໆ ທົ່ວອາຊີ

ວັນທີ 10 – 11 ເດືອນຕຸລາ
ການນັດພົບ ອອນໄລ໌

ວັນທີ 16 – 18 ເດືອນຕຸລາ
ການປະຊຸມແບບພົບໜ້າ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ການປະຊຸມແບບພົບໜ້າ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ໂຄງການຈຸດນັດພົບ (Meeting Point) ຂອງການສ້າງສັນສິລະປະ ແລະ ສັງຄົມ ຂອງປີ2025  ແບບພົບໜ້າ ຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເປັນໄລຍະເວລາ 3ມື້ ລະຫວ່າງ ວັນທີ່ 16 – 18 ເດືອນຕຸລາ ປີ2025. ຈະມີການຈັດງານຕ້ອນຮັບ ຜູ້ເຂົ້າຮ່ວມ ໃນວັນທີ 15, ແລະ ມີໂອກາດໃນການທ່ຽວຊົມສີລະປະ ເປັນເວລາ 2ມື້, ເຊິ່ງຈະເປັນໂອກາດ ໃຫ້ທ່ານ ໄດ້ພົບປະ ສີລະປິນທ້ອງຖິ່ນ ແລະ ພື້ນທີ່ ສີລະປະ, ລວມທັງ ພື້ນທີ່ວ່າງສະແດງ ພາຍໃຕ້ງານ Lao Art Week program ແລະ ຮຽນຮູ້ເພີ່ມຕື່ມກ່ຽວກັບສະພາບແວດລ້ອມຂອງສີລະປະໃນປະເທດລາວ ໃຫ້ຫຼາຍຂື້ນ.

ຄູ່ຮ່ວມງານທ້ອງຖິ່ນ

ຄະນະຈັດຕັ້ງ

ເປີດລົງທະບຽນແລ້ວ!

ສຳລັບສິລະປິນ ທ່ານໃດຕ້ອງການເຂົ້າຮ່ວມງານພົບປະ (Meeting Point) ດ້ວຍຕົນເອງຢູ່ວຽງຈັນ, ກະລຸນາກົດທີ່ລີ້ງນີ້ ເພື່ອເບິ່ງລາຍລະອຽດຂອງໂຄງການ ແລະ ເພື່ອຊື້ປີ້ເຂົ້າຮ່ວມ:

ທ່ານມີສິດໃຊ້ປີ້ຂອງທ່ານເຂົ້າຮ່ວມໂຄງການ Meeting Point ຕັ້ງແຕ່ມື້ເປີດຕ້ອນຮັບ ໃນວັນທີ 15 ຕຸລາ ຈົນຮອດມື້ປິດ ໃນວັນທີ 18 ຕຸລາ. ໃນແຕ່ລະມື້ຈະມີ ກາເຟ ແລະ ອາຫານທ່ຽງ ມອບໃຫ້, ແຕ່ອາຫານເຊົ້າ ແລະ ຄ່ໍາຈະບໍ່ລວມເຂົ້າໃນປີ້. ທ່ານຈະຕ້ອງຮັບຜິດຊອບຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍໃນການເດີນທາງຂອງທ່ານເອງ, ລວມທັງທີ່ພັກ ແລະ ອາຫານ. ເມື່ອທ່ານລົງທະບຽນແລ້ວ, MCH ຈະຕິດຕໍ່ກັບຫາທ່ານ ເພື່ອຢືນຢັນການເຂົ້າຮ່ວມຂອງທ່ານ.

ພວກເຮົາຍັງມີງົບປະມານອຸດຫນູນຫຼາຍບ່ອນໃຫ້ແກ່ນັກສິລະປິນລາວ. ກະລຸນາຕິດຕໍ່ meetingpoint@mekongculturalhub.org ສໍາລັບຂໍ້ມູນເພີ່ມເຕີມ.

ສຳຫຼວດຈຸດນັດພົບ (MEETING POINT) 2025

ຄູ່ຮ່ວມງານ ແລະ ຜູ້ສະໜັບສະໜູນ

ຄູ່ຮ່ວມງານ

ໂຄງການ ຈຸດນັດພົບ (Meeting Point) 2025 ໄດ້ຮັບການຈັດຕັ້ງ ໂດຍມີການສະໜັບສະໜູນຈາກ:

ເຈົ້າພາບທ້ອງຖິ່ນ

ຜູ້ບໍລິຫານຈັດງານ

Venue Partner

ຜູ້ສະໜັບສະໜູນ

Implementation Partners

ສູນວັດທະນະທໍາແມ່ຂອງ (Mekong Cultural Hub) ໄດ້ຈັດ ຈຸດນັດພົບ (Meeting Point) ເຊິ່ງເປັນໂຄງການ ຂອງ ອົງກອນ LAI (Living Arts International). ອົງກອນ LAI ຕ້ອງຂໍຂອບໃຈມາຍັງ ບຸກຄົນ ແລະ ອົງກອນທີ່ສະໜັບສະໜູນ ພວກເຮົາ ເຊິ່ງລວມມີ:

ໂຄງການ ຈຸດນັດພົບ ທີ່ຜ່ານມາ (Meeting Point)